|
ບົດສະເໜີໂຄງການ
ສ້າງສູນຝຶກອົບຮົມກະເສດແບບປະສົມປະສານ
ທີ່ບ້ານຫລັກຂາວ ເມືອງທ່າແຕງ
ແຂວງເຊກອງ.
ສູນຝຶກອົບຮົມອາຊີບ.
ທີ່ຕັ້ງຂອງສູນ:
ບ້ານຫລັກຂາວ, ເມືອງທ່າແຕງ
ແຂວງເຊກອງ.
ເຈົ້າຂອງໂຄງການ: ສູນອົບຮົມຮ່ວມພັດທະນາ ( ສ.ຮ.ພ)
ຫລື (PADETC)
ໄລຍະເວລາກໍ່ຕັ້ງ: 3ປີ ໂດຍເລີ່ມແຕ່2008-2010
ແຫລ່ງທຶນ: ນຳໃຊ້ທຶນຂອງ ສ.ຮ.ພ .
ເນື້ອທີ່ດີນ:
ເນື້ອທີ່ດິນແມ່ນນຳໃຊ້ດິນສ່ວນຕົວຂອງພະນັກງານຂອງສ.ຮ.ພເຊິ່ງລວມມີຢູ່5ຕອນ,
ເນື້ອທີ່ລວມທັງໝົດປະມານ
13 ເຮັກຕາທີ່ອອກໃບອະນຸຍາດນຳໃຊ້ໂດຍບ້ານຫລັກຂາວ.
1. ຄວາມເປັນມາ.
ສູນອົບຮົມຮ່ວມພັດທະນາ(ສຮພ)ເຊິ່ງມີທີ່ຕັ້ງຢູ່ບ້ານນາຄຳ,
ເມືອງສີໂຄດຕະບອງ,
ນະຄອນຫລວງວຽງຈັນ, ເປັນໜ່ວຍງານເອກະຊົນທີ່ບໍ່ຫາກຳໄລ
ເຊິ່ງໄດ້ຮັບອະນຸຍາດຈາກກະຊວງສຶກສາທິການ
ພາຍໃຕ້ກົມການສຶກສາພາກເອກະຊົນແລະສ້າງຕັ້ງຂຶ້ນໃນປີ1996.
ໜ້າວຽກຫລັກຂອງ ສຮພ ແມ່ນພັດທະນາສັງຄົມໂດຍສະເພາະແມ່ນພັດທະນາຄຸນນະພາບ
ການສຶກສາ ແລະພັດທະນາອາຊີບໃຫ້ແກ່ຊ້າວບ້ານຜູ້ດ້ອຍໂອກາດເພື່ອສ້າງລາຍຮັບໃຫ້ແກ່ເຂົາເຈົ້າ.
ຕະຫລອດໄລຍະເວລາ10ກວ່າປີຜ່ານມາ
ການສົ່ງເສີມສ້າງອາຊີບໃຫ້ແກ່ຊາວບ້ານສ່ວນໃຫຍ່ແມ່ນເນັ້ນໃສ່ທາງດ້ານກະສິກຳ,
ຫັດຖະກຳ, ແລະການຄ້າເຊັ່ນ:
·
ຂົງເຂດກະສິກຳມີ: ການແປຮູບອາຫານຈາກຜົນລະລິດກະສິກຳ, ການລ້ຽງປາ,
ການລ້ຽງແບ້, ການລ້ຽງມ້ອນ,
ສວນຄົວຊີວະພາບ, ການເຮັດຝຸ່ນບົ່ມ
ແລະການຂະຫຍາຍພັນພືດ.
·
ຂົງເຂດຫັດຖະກຳມີ: ການຕ່ຳຫູກ, ການເຮັດເຕົາປະຫຍັດ, ຕັດຫຍິບ, ການເຮັດເຄື່ອງຕ້ອງນ້ຳແບບຊີວະພາບ.
·
ຂົງເຂດການຄ້າແມ່ນສົ່ງເສີມທາງດ້ານການໃຫ້ຄວາມຮູ້ການຄຸ້ມຄອງບໍລິຫານແລະສະໜອງສິນເຊື່ອຂະໝາດນ້ອຍ.
ຜ່ານມາມີຫລາຍກິດຈະກຳທີ່ໄດ້ຮັບຜົນເປັນຢ່າງດີແຕ່ຂອບເຂດການເຜີຍແຜ່ຍັງບໍ່ທັນກວ້າງຂວາງເທົ່າທີ່ຄວນເນື່ອງຈາກ
ສ.ຮ.ພ ມີສຳນັກງານບ່ອນດຽວບໍ່ມີບ່ອນສາທິດ,
ມີຫລາຍໂຄງການສະນັ້ນບາງປະສົບການທີ່ເຮັດຜ່ານມາຈິ່ງບໍ່ໄດ້ຖືກນຳໄປນຳໃຊ້ຫລືເຜີຍແຜ່ໃຫ້ເກີດປະໂຫຍດເທົ່າທີ່ຄວນ.
ເພື່ອເປັນການແກ້ໄຂບັນຫາດັ່ງກາວ
ທາງຄະນະບໍລິຫານງານຂອງ ສຮພຈຶ່ງໄດ້ຕົກລົງສ້າງສູນຝຶກອາຊີບໃຫ້ແກ່ຊາວບ້ານຂຶ້ນ
ທີ່ບ.ຫລັກຂາວ ເມືອງທ່າແຕງ
ໂດຍເລີ່ມຕົ້ນບຸກເບີກໃນເດີອນທີ
7/2007 ປະຈຸບັນແມ່ນຍັງຢູ່ໃນໄລຍະກະກຽມ.
2. ເປົ້າໝາຍ:
ເພື່ອສ້າງເປັນສູນຝຶກອາຊີບໃຫ້ແກ່ຊາວບ້ານໃນເຂດພາກໃຕ້ແລະເປັນສູນຝຶກທັກສະໃຫ້ແກ່ນັກຮຽນ-ນັກສຶກສາໃນຂົງເຂດວຽກງານຂອງ
ສຮພ
3. ຈຸດປະສົ່ງ:
·
ເພື່ອສ້າງເປັນສວນຕົວແບບທາງດ້ານການບໍລິຫານກຸ້ມຕົນເອງໂດຍນຳໃຊ້ເຕັກນິກກະເສດປະສົມປະສານ
ແລະປອດສານພິດໃຫ້ສຳເລັດພາຍໃນ3ປີ.
·
ເພື່ອເປັນບ່ອນຝຶກອົບຮົມໃຫ້ແກ່ຊາວບ້ານຢ່າງໜ້ອຍ100
ເທື່ອຄົນ/ປີ
·
ເພື່ອເປັນບ່ອນຝຶກງານຂອງນັກຮຽນ-ນັກສຶກສາ
10ຄົນ/ປີ
4. ວິທີການດຳເນີນງານ.
ການດຳເນີນງານຂອງສູນຝຶກອົບຮົມອາຊີບແຫ່ງນີ້ຈະແບ່ງອອກເປັນສອງລັກສະນະຄື:
ລັກສະນະທີ່1: ການບໍລິການສັງຄົມແມ່ນດຳເນີນງານຕາມແຜນປະຈຳປີຂອງສູນອົບຮົມຮ່ວມພັດທະນາໂດຍສະເພາະແຜນການຝຶກອົບຮົມປະຈຳປີ.
ລັກສະນະທີ່2: ການຜະລິດແມ່ນປະຕິບັດຕາມແຜນຂອງສູນຝຶກໂດຍຈະເນັ້ນໃສ່ການລ້ຽງມ້ອນເພື່ອຜະລິດໄຂ,
ຜະລິດຕະພັນຈາກມອນ,
ການລ້ຽງແບ້, ສວນປອດສານພິດ
ແລະອະນຸລັກສິ່ງແວດລ້ອມ.
ການດຳເນີນງານຂອງສູນຝຶກອົບຮົມອາຊີບໄດ້ແບ່ງເປັນສອງໄລຍະຄື:
ໄລຍະກໍ່ສ້າງ
ແລະໄລຍະດຳເນີນງານ.
·
ໄລຍະກໍ່ສ້າງ: ເປັນໄລຍະເວລາກໍ່ສ້າງພື້ນຖານໂຄງລ່າງລວມມີສະຖານທີ່ຝຶກອົບຮົມ
ແລະທີ່ພັກເຊົາຂອງສຳມະນາກອນແລະຄູຝຶກ,
ເຮືອນລ້ຽງມ້ອນ, ສວນມອນ, ສວນຫຍ້າ, ຈັດລະບົບນ້ຳ, ສວນຄົວແລະຮົ້ວອ້ອມ
ໃນໄລຍະດຽວກັນຈະຕ້ອງສ້າງວິຊາການ,
ຄູຝຶກແລະຜູ້ບໍລິຫານໄປພ້ອມໆກັນເຊິ່ງໃຊ້ເວລາທັງໝົດປະມານ
3 ປີໄລຍະນີ້ການເຄືອນໄຫວກິດ
ຈະກຳແມ່ນຢູ່ພາຍໃຕ້ການຄຸ້ມຄອງຂອງສູນອົບຮົມຮ່ວມພັດທະນາລວມທັງການນຳໃຊ້ງົບປະມານຕ່າງໆ.
·
ໄລຍະດຳເນີນງານ: ເປັນໄລຍະເວລາທີ່ສູນຝຶກອົບຮົມອາຊີບຈະຕ້ອງດຳເນີນງານບໍລິຫານກຸ້ມຕົນເອງທາງດ້ານ
ງົບປະມານໂດຍການສ້າງລາຍຮັບ
ຈາກການຜະລິດທີ່ກຳນົດໄວ້ຂ້າງເທິງ,
ແຕ່ຈະຕ້ອງຕອບສະໜອງແລະຮັບຮອງແຜນພັດທະນາຂອງສູນອົບຮົມຮ່ວມພັດທະນາແລະຄວາມຕ້ອງການຂອງ
ສັງຄົມໃນຂົງເຂດການເຄື່ອນໃຫວ
ຂອງສູນຝຶກ, ໄລຍະນີ້
ສ.ຮ.ພ ຈະເປັນທີ່ປຶກສາແລະຊີ້ນຳລວມ.
5. ຜົນຄາດຈະໄດ້ຮັບ.
·
ຊາວບ້ານໃນເຂດເປົ້າໝາຍຂອງໂຄງການທີ່
ສ.ຮ.ພ ສົ່ງເສີມແລະເຂດໃກ້ຄຽງຈະໄດ້ຮັບຝຶກອົບຮັບປະມານ
200 ຄົນ/ປີໃນຮູບແບບການຝຶກຕົວຈິງແລະນຳໄປປະຕິບັດຕົວຈິງໃຫ້ເກີດເປັນກິດຈະກຳສ້າງລາຍຮັບໃຫ້ແກ່ຄອບຄົວຢ່າງໜ້ອຍ70%ຂອງຈຳນວນຜູ້ເຂົ້າຝຶກ.
·
ການນຳໃຊ້ສານເຄມີເຂົ້າໃນການປູກຝັງຂອງຊາວບ້ານໃນຂອບເຂດໄກ້ຄຽງມີທ່ວງທ່າຫລຸດຜ່ອນແລະປ່ຽນມາ
ນຳໃຊ້ຝຸ່ນຊີວະພາບຄວບຄູ່.
·
ນັກສຶກສາໂຮງຮຽນກະເສດມີບ່ອນຝຶກງານເພື່ອຂຽນບົດຈົບຊັ້ນຢ່າງໜ້ອຍ10ຄົນ/ປີ
·
ນັກຮຽນໄດ້ຮຽນຮູ້ກ່ຽວກັບເທັກນິກກະສິກຳແບບປະສົມປະສານແລະທັກສະຊິວິດໂດຍຜ່ານຂະບວນການຮຽນຮູ້ແບບເຮັດ
ຕົວຈິງຢ່າງໜ້ອຍ30ຄົນ/ປີ.
·
ໄວໜຸ່ມໄດ້ຮັບການສຶກໄລຍະສັ້ນເປັນແຕ່ລະຫົວຂໍ້ສະເພາະ
60ຄົນ/ປີ
6.
ກິດຈະກຳໃນສູນ
1.
ການຜະລິດ
- ປູກມອນ-ລ້ຽງມ້ອນ, ຜະລິດໄຂ່ມ້ອນພື້ນເມືອງ
ເພື່ອສະໜອງໃຫ້ແກ່ຊາວບ້ານທີ່
ສ.ຮ.ພ ໄດ້ສົ່ງເສີມໃນສາມແຂວງພາກກາງຄື:
ນະຄອນຫລວງ, ບໍລິຄຳໄຊ
ແລະຄຳມ່ວນ.
- ລ້ຽງແບ້
- ກະເສດປະສົມປະສານ, ສວນຄົວຊີວະພາບ
2.
ບໍລິການສັງຄົມ
- ຝຶກອົບໃຫ້ແກ່ຊາວບ້ານມີ:
ການເຮັດກ້ວຍຕາກ, ໜໍ່ໄມ້ແຊ່,
ໜໍ່ໄມ້ຕາກ, ໝໍ່ໄມ້ຫ່ຽວ,
ການເຮັດຂີງຜົງ,
ການເຮັດຊາໃບມອນ, ໜາກໄມ້ແຊ່ອິ່ມແລະຂຽບໝາກໄມ້.
- ການເຮັດເຄື່ອງຕອງນ້ຳ,
ການເຜົ່າຖ່ານໃສ່ຝຸ່ຍ,
- ການລ້ຽງແບ້, ການລ້ຽງກະຕ່າຍ,
ການລ້ຽງປາ, ການລ້ຽງກົບ,
ປູກມອນລ້ຽງ-ມ້ອນສາວໃໝ, ການຕ່ຳຫູກ,
ການເຮັດນ້ຳສະກັດຊີວະພາບ
BE, ການເຮັດຝຸ່ນບົ່ມ,
ສວນຄົວຊິວະພາບ,
ກະເສດປະສົມປະສານ.
- ຮັບຝຶກນັກສຶກສາ
ຝຶກງານໃນການຂຽນບົດ, ເປັນບ່ອນຮຽນຮູ້ໃຫ້ແກ່ນັກຮຽນທຸກລະດັບ
ຊັ້ນໃນການຕັ້ງຄ້າຍສຶກສາ.
3. ແຜນດຳເນີນງານ.
|
ລ/ດ |
ໜ້າວຽກທີ່ຈະປະຕິບັດ |
ໄລຍະເວລາ |
ໝາຍເຫດ |
|
2008 |
2009 |
2010 |
|
1 |
ໄລຍະທີ່1 |
|
|
|
|
|
1.1 |
ບຸກເບີກເນື້ອທີ່ |
|
|
|
ສືບຕໍ່2007 |
|
1.2 |
ເຮັດຮົ້ວອ້ອມສວນ |
|
|
|
ສືບຕໍ່2007 |
|
1.3 |
ປູກຫຍ້າລ້ຽງສັດ |
|
|
|
ປະມານ4ເຮັກຕາ |
|
1.4 |
ຂະຫຍາຍສ່ວນມອນ |
|
|
|
ປະມານ3ເຮັກຕາ |
|
1.5 |
ສ້າງສ່ວນຕົວແບບ |
|
|
|
ສອງໄລ່ |
|
1.6 |
ປັບປຸງຄອກແບ້ |
|
|
|
ຄອກມາດຕະຖານ |
|
1.7 |
ສ້າງເຮືອນລ້ຽງມ້ອນ |
|
|
|
ສອງຫລັງ |
|
1.8 |
ສ້າງບ່ອນຝຶກອົບຮົມ |
|
|
|
1ຫລັງບັນຈຸໄດ້50ຄົນ |
|
1.9 |
ຕິດຕັ້ງລະບົບນ້ຳ |
|
|
|
ທົ່ວສວນ |
|
1.10 |
ປັບປຸງທາງເຂົ້າ
ແລະສະຖານທີ່ໃນສວນ |
|
|
|
ປະດັບປະດາ |
|
1.11 |
ຊື້ແບ້ເຂົ້າລ້ຽງປະ100ແມ່ |
|
|
|
ສືບຕໍ່ຄັດພັນ
|
|
1.12 |
ຈັດຝຶກຮົບຮົມ |
|
|
|
ຕາມຫົວຂໍ້ທີ່ກຸ່ມເປົ້າ
ໝາຍຕ້ອງການ |
|
2. |
ໄລຍະທີ່2 |
|
|
|
|
|
2.1 |
ລ້ຽງມ້ອນເພື່ອຕອບສະໜອງໄຂ່ |
|
|
|
ພັນພື້ນເມືອງ |
|
2.2 |
ເຮັດຊາໃບມອນ |
|
|
|
ຂາຍທົ່ວໄປ |
|
2.3 |
ຜະລິດຜັກປອດສານພິດເພື່ອຈຳໜາຍ |
|
|
|
ຂາຍທົ່ວໄປ |
|
2.4 |
ລ້ຽງແບ້ນົມແລະແບ້ຊີ້ນ |
|
|
|
ຂາຍທົ່ວໄປ |
|
2.5 |
ຈັດຝຶກອົບຮົມ |
|
|
|
ຕາມແຜນຍຸດທະສາດຂອງສູນ |
7. ກຸ່ມເປົ້າໝາຍ.
1.
ຊ້າວບ້ານໃນບັນດາແຂວງພາກໃຕ້ ແລະກຸ່ມເປົ້າໝາຍຂອງໂຄງການທີ່
ສ.ຮ.ພ ສົ່ງເສີມໃນທົ່ວປະເທດ.
2.
ນັກສຶກສາຂອງໂຮງຮຽນກະເສດ
3.
ນັກຮຽນ,
ອາສາສະມັກໄວໜຸ່ມແລະເດັກອາສາທີ່ເປັນເຄືອຂ່າຍຂອງ
ສຮພ
|